Kishore Kumar Hits

Tanu Vannasin - ພຽງພໍ текст песни

Исполнитель: Tanu Vannasin

альбом: ພຽງພໍ


ຕື່ນຂຶ້ນມາຈາກຝັນ ທີ່ມີເຈົ້າໃນນັ້ນ
ເຖິງມັນເປັນພຽງຝັນ ຂ້ອຍກໍ່ພໍໃຈ
ບ່ໍໄດ້ຈະຮຽກຮ້ອງ ຫຼື ຂໍຄວາມເຫັນໃຈ
ເພາະຂ້ອຍເຂົ້າໃຈ
ບໍ່ອາດຈະຄິດເລື່ອງລາວຂອງສອງເຮົາ
ພຽງຢາກໃຫ້ເຈົ້າຮັບຮູ້ ແລະ ເຂົ້າໃຈ
ພຽງພໍແລ້ວ ທີ່ໄດ້ຮັກເຈົ້າໄປ
ເຖິງມັນບໍ່ເປັນໄປຕາມໃຈຕ້ອງການ
ຂ້ອຍຢູ່ບ່ອນນີ້ ທີ່ເຈົ້າບໍ່ຫັນມາ
ບ່ອນທີ່ທຸກສາຍຕາ ເບິ່ງຜ່ານ ແລະ ບໍ່ເຄີຍເຫັນ
ຄົນໜຶ່ງທີ່ເຈົ້າ ບໍ່ເຄີຍໃຫ້ຄວາມຊັດເຈນ
ສຸດແລ້ວແຕ່ຈະໃຫ້ເປັນ ຂໍພຽງໃຫ້ເຈົ້າແນມເຫັນຂ້ອຍໃນສາຍຕາ
ບໍ່ອາດຈະຄິດເລື່ອງລາວຂອງສອງເຮົາ
ພຽງຢາກໃຫ້ເຈົ້າຮັບຮູ້ ແລະ ເຂົ້າໃຈ
ພຽງພໍແລ້ວ ທີ່ໄດ້ຮັກເຈົ້າໄປ
ເຖິງມັນບໍ່ເປັນໄປຕາມໃຈຕ້ອງການ
ແຕ່ຂ້ອຍຢູ່ບ່ອນນີ້ ທີ່ເຈົ້າບໍ່ຫັນມາ
ບ່ອນທີ່ທຸກສາຍຕາ ເບິ່ງຜ່ານ ແລະ ບໍ່ເຄີຍເຫັນ
ຄົນໜຶ່ງທີ່ເຈົ້າ ບໍ່ເຄີຍໃຫ້ຄວາມຊັດເຈນ
ສຸດແລ້ວແຕ່ຈະໃຫ້ເປັນ ຂໍພຽງໃຫ້ເຈົ້າແນມເຫັນຂ້ອຍໃນສາຍຕາ
ເຖິງພະຍາຍາມ ຈັກເທົ່າໃດ
ສຸດທ້າຍມັນຄົງໄດ້ພຽງເທົ່ານີ້
ຄວາມຮັກຄືສິ່ງດຽວທີ່ຂ້ອຍມີ
ຕໍ່ຈາກນີ້ ຂ້ອຍຮູ້ຕ້ອງທຳໃຈ
ຂ້ອຍຢູ່ບ່ອນນີ້ ທີ່ເຈົ້າບໍ່ຫັນມາ
ບ່ອນທີ່ທຸກສາຍຕາ ເບິ່ງຜ່ານ ແລະ ບໍ່ເຄີຍເຫັນ
ລໍຄອຍພຽງເຈົ້າ ນັ້ນຈະໃຫ້ຄວາມຊັດເຈນ
ສຸດແລ້ວແຕ່ຈະໃຫ້ເປັນ ຂໍພຽງໃຫ້ເຈົ້າແນມເຫັນຂ້ອຍໃນສາຍຕາ

Поcмотреть все песни артиста

Другие альбомы исполнителя

Похожие исполнители

JODAI

Исполнитель

PURE

Исполнитель

SKP

Исполнитель

PAPER

Исполнитель